ວິໄສທັດ ແລະ ພັນທະກິດຂອງພວກເຮົາ
ວິໄສທັດຂອງພວກເຮົາ
ມຸ່ງໝັ້ນເປັນຜູ້ນຳດ້ານໂຄງຮ່າງພື້ນຖານ ແລະ ເຄືອຂ່າຍຕູ້ສາກໄຟຟ້າອັດສະລິຍະ ທີ່ຄອບຄຸມທຸກການເດີນທາງທົ່ວປະເທດລາວ ດ້ວຍບໍລິການທີ່ເຂົ້າເຖິງງ່າຍ, ຄຸ້ມຄ່າ ແລະ ເທົ່າທຽມ ເພື່ອຂັບເຄື່ອນທຸກຊີວິດສູ່ຍຸກພະລັງງານສະອາດຢ່າງຍືນຍົງ
ພັນທະກິດຂອງພວກເຮົາ
01
ຂະຫຍາຍເຄືອຂ່າຍທົ່ວປະເທດ
ຂະຫຍາຍເຄືອຂ່າຍສະຖານີສາກໄຟຟ້າ DC Fast Charging ໃຫ້ຄອບຄຸມທຸກເສັ້ນທາງຫຼັກ ທັງໃນນະຄອນຫຼວງ ແລະ ຕ່າງແຂວງທົ່ວປະເທດ.
02
ບໍລິການສາກທີ່ເປັນທຳ ແລະ ເຂົ້າເຖິງງ່າຍ
ສະໜອງບໍລິການຕູ້ສາກໄຟຟ້າທີ່ມີຄວາມອັດສະລິຍະ, ປອດໄພ, ເຂົ້າເຖິງງ່າຍ ດ້ວຍ "ລາຄາເປັນມິດ ແລະ ເປັນລາຄາດຽວກັນທົ່ວປະເທດ".
03
ນະວັດຕະກຳເທັກໂນໂລຊີລົດໄຟຟ້າ
ພັດທະນາແພລດຟອມ MEV Station App ແລະ ຮອງຮັບເທັກໂນໂລຊີສາກໄຟຟ້າກຳລັງສູງ (Ultra-Fast Charging) ເພື່ອຮອງຮັບທັງລົດສ່ວນຕົວ ແລະ ລົດບັນທຸກໄຟຟ້າໃນອະນາຄົດ.
04
ພັນທະມິດເພື່ອສ້າງລະບົບນິເວດ EV
ສ້າງຄວາມຮ່ວມມືທີ່ເຂັ້ມແຂງຮ່ວມກັບພັນທະມິດທາງທຸລະກິດ ແລະ ແຟຣນໄຊສ໌ ເພື່ອຮ່ວມກັນສ້າງລະບົບນິເວດລົດໄຟຟ້າ (EV Ecosystem) ທີ່ສົມບູນແບບໃນລາວ.
ເລື່ອງລາວ ແລະ ກ້າວສຳຄັນຂອງພວກເຮົາ
ບໍລິສັດ ເອັມອີວີ ຈຳກັດ (MEV CO., LTD) ຖືກຕັ້ງຂຶ້ນໃນປີ 2022 ໂດຍມີສຳນັກງານໃຫຍ່ຕັ້ງຢູ່ ນະຄອນຫຼວງວຽງຈັນ, ປະເທດລາວ.
ຈາກຈຸດເລີ່ມຕົ້ນໃນການເປັນຕົວແທນຈຳໜ່າຍລົດໄຟຟ້າ (EV), MEV ໄດ້ຂະຫຍາຍຕົວເຂົ້າສູ່ທຸລະກິດໂຄງຮ່າງພື້ນຖານຕູ້ສາກໄຟຟ້າ ເພື່ອຕອບສະໜອງຍຸກພະລັງງານສະອາດ ແລະ ສອດຄ່ອງກັບນະໂຍບາຍຂອງລັດຖະບານໃນການສົ່ງເສີມການນຳໃຊ້ພະລັງງານໄຟຟ້າ. ພວກເຮົາມຸ່ງໝັ້ນສະໜອງໂຊລູຊັນຕູ້ສາກທີ່ທັນສະໄໝ, ອັດສະລິຍະ, ປອດໄພ ແລະ ໄວ—ຕັ້ງແຕ່ຕູ້ສາກປະຈຳບ້ານ ຈົນເຖິງເຄືອຂ່າຍສະຖານີສາກ DC Fast Charging—ເພື່ອຮ່ວມຂັບເຄື່ອນລະບົບນິເວດ EV ຂອງປະເທດຢ່າງຍືນຍົງ.
ຕົ້ນປີ 2025
ການຈັບມືພັນທະມິດ ແລະ ພັດທະນາລະບົບອັດສະລິຍະ (Global Partnership & App Development)
MEV ໄດ້ເລີ່ມຕົ້ນສ້າງຄວາມຮ່ວມມືຍຸດທະສາດ (Strategic Partnership) ຮ່ວມກັບຜູ້ຜະລິດ ແລະ ພັດທະນາເທັກໂນໂລຊີຕູ້ສາກໄຟຟ້າຊັ້ນນຳອັນດັບຕົ້ນໆຈາກປະເທດຈີນ ທີ່ມີປະສົບການຢ່າງຍາວນານຫຼາຍກວ່າ 18 ປີ. ພວກເຮົາມີການເຮັດວຽກ ແລະ ພັດທະນາຮ່ວມກັນຢ່າງໃກ້ຊິດ ທັງດ້ານມາດຕະຖານຕູ້ສາກ ພ້ອມທັງເລີ່ມຕົ້ນພັດທະນາແອັບພລິເຄຊັນ MEV Station ເພື່ອເປັນແພລດຟອມຄຸ້ມຄອງອັດສະລິຍະ ທີ່ໃຫ້ຜູ້ໃຊ້ງານລົດໄຟຟ້າສາມາດຄົ້ນຫາສະຖານີ, ເຊັກສະຖານະ, ສັ່ງສາກ ແລະ ຊຳລະເງິນໄດ້ຢ່າງງ່າຍດາຍ ແລະ ມີປະສິດທິພາບສູງສຸດ.
ທ້າຍປີ 2025
ກ້າວສຳຄັນ ທຳອິດ (First Milestone)
ການຕິດຕັ້ງສະຖານີສາກທຳອິດຢ່າງເປັນທາງການ MEV ໄດ້ເລີ່ມຕົ້ນການຕິດຕັ້ງຕູ້ສາກໄຟຟ້າສາທາລະນະທຳອິດຢ່າງເປັນທາງການ ຢູ່ທີ່ ສູນ ເຊບໂຣເລດ ລາວ (Chevrolet Laos), ໂດຍຕິດຕັ້ງຕູ້ສາກໄວ (DC Fast Charger) ຈຳນວນ 2 ຕູ້ 4 ຫົວສາກ. ສະຖານີນີ້ຮອງຮັບທັງມາດຕະຖານ GB/T (ລົດໄຟຟ້າສາຍຈີນ) ແລະ CCS2 (ລົດໄຟຟ້າສາຍຍຸໂຣບ ແລະ ທົ່ວໂລກ) ເພື່ອອຳນວຍຄວາມສະດວກໃຫ້ກັບຜູ້ໃຊ້ງານລົດໄຟຟ້າທຸກຄ່າຍໃນລາວ.
ກາງປີ 2026
ການຂະຫຍາຍແຟຣນໄຊສ໌ ແລະ ເຄືອຂ່າຍທົ່ວປະເທດ
MEV ໄດ້ກ້າວໄປອີກຂັ້ນດ້ວຍການເລີ່ມຕົ້ນຂະຫຍາຍທຸລະກິດໃນຮູບແບບ ແຟຣນໄຊສ໌ (Franchise) ໂດຍຈັບມືກັບພັນທະມິດທຸລະກິດຊັ້ນນຳ ເຊັ່ນ: ADSS Auto Sole ແລະ PetroTrade. ພ້ອມດຽວກັນນັ້ນ, ພວກເຮົາຍັງໄດ້ຂະຫຍາຍສາຂາ ແລະ ສະຖານີສາກໄຟຟ້າອອກสู่ຕ່າງແຂວງ ເພື່ອເຊື່ອມໂຍງເສັ້ນທາງຄົມມະນາຄົມສຳຄັນ ທັງໃນ ແຂວງ ຫຼວງພະບາງ, ແຂວງ ສະຫວັນນະເຂດ, ແລະ ແຂວງ ຈຳປາສັກ ເພື່ອສ້າງຄວາມສະດວກສະບາຍ ແລະ ຄວາມໝັ້ນໃຈໃຫ້ກັບຜູ້ໃຊ້ງານລົດໄຟຟ້າໃນການເດີນທາງທົ່ວປະເທດ.
ປັດຈຸບັນ ແລະ ທິດທາງໃນອະນາຄົດ
MEV ກຳລັງເລັ່ງຂະຫຍາຍເຄືອຂ່າຍສະຖານີສາກໃຫ້ຄອບຄຸມທຸກເສັ້ນທາງຫຼັກ ທັງພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆ ທົ່ວປະເທດ ໂດຍເນັ້ນຈຸດເດັ່ນ “ລາຄາເປັນມິດ ເຂົ້າເຖິງງ່າຍ ແລະ ເປັນລາຄາດຽວກັນທົ່ວປະເທດ” ເພື່ອໃຫ້ຜູ້ໃຊ້ງານໄດ້ຮັບຄວາມສະດວກ ແລະ ເທົ່າທຽມກັນ. ນອກຈາກນີ້, ພວກເຮົາຍັງກຳລັງສຶກສາ ແລະ ກະກຽມທົດລອງຕູ້ສາກກຳລັງໄຟສູງ ເຊັ່ນ 240kW ແລະ 480kW Ultra-Fast Charging ເພື່ອຮອງຮັບການເຕີບໂຕຂອງລົດບັນທຸກໄຟຟ້າ (Commercial & Heavy-Duty EVs) ໃນອະນາຄົດ

ຜູ້ກໍ່ຕັ້ງຂອງພວກເຮົາ
"ການປ່ຽນຜ່ານສູ່ຍຸກພະລັງງານສະອາດ ບໍ່ໄດ້ເປັນພຽງແຕ່ເທຣນຂອງໂລກ, ແຕ່ຄືພັນທະກິດໃນການສ້າງໂຄງຮ່າງພື້ນຖານທີ່ເຂັ້ມແຂງ ເພື່ອຂັບເຄື່ອນເສດຖະກິດ ແລະ ຄຸນນະພາບຊີວິດຂອງຄົນລາວໃຫ້ດີຂຶ້ນຢ່າງຍືນຍົງ.“
ດ້ວຍວິໄສທັດທີ່ກວ້າງໄກ ແລະ ປະສົບການອັນຍາວນານໃນອຸດສາຫະກຳຍານຍົນ ແລະ ເທັກໂນໂລຊີ, ທ່ານ ສຸກສະໜອນ ສີຫາເທບ ໄດ້ກໍ່ຕັ້ງ MEV CO., LTD ຂຶ້ນໃນປີ 2022 ດ້ວຍເປົ້າໝາຍທີ່ຊັດເຈນໃນການເປັນຜູ້ນຳບຸກເບິ່ງລະບົບນິເວດລົດໄຟຟ້າ (EV Ecosystem) ໃນປະເທດລາວ.
ຈາກຈຸດເລີ່ມຕົ້ນໃນການເປັນຕົວແທນຈຳໜ່າຍລົດໄຟຟ້າຊັ້ນນຳ, ທ່ານໄດ້ມອງເຫັນວ່າ "ຫົວໃຈສຳຄັນຂອງການເຕີບໂຕຂອງລົດໄຟຟ້າ ບໍ່ແມ່ນພຽງແຕ່ການນຳເຂົ້າມາຈຳໜ່າຍ, ແຕ່ຄືການສ້າງເຄືອຂ່າຍຕູ້ສາກໄຟຟ້າທີ່ປອດໄພ, ທັນສະໄໝ ແລະ ເຂົ້າເຖິງງ່າຍ". ທ່ານຈຶ່ງໄດ້ນຳພາ MEV ຂະຫຍາຍຕົວສູ່ການເປັນຜູ້ນຳດ້ານໂຄງຮ່າງພື້ນຖານຕູ້ສາກໄຟຟ້າ DC Fast Charging ທົ່ວປະເທດ, ພັດທະນາແພລດຟອມ MEV Station App, ແລະ ສ້າງພັນທະມິດຍຸດທະສາດກັບທັງພາກລັດ, ເອກະຊົນ ແລະ ຜູ້ຜະລິດເທັກໂນໂລຊີລະດັບໂລກ.
ພາຍໃຕ້ການນຳພາຂອງທ່າມ, MEV ມຸ່ງໝັ້ນທີ່ຈະເຮັດໃຫ້ການໃຊ້ງານລົດໄຟຟ້າໃນລາວເປັນເລື່ອງງ່າຍ, ຄຸ້ມຄ່າ ແລະ ທົ່ວເຖິງ ສຳລັບທຸກຄົນ.
ທີມງານຂອງພວກເຮົາ
"ການປ່ຽນຜ່ານສູ່ຍຸກພະລັງງານສະອາດ ບໍ່ໄດ້ເປັນພຽງແຕ່ເທຣນຂອງໂລກ, ແຕ່ຄືພັນທະກິດໃນການສ້າງໂຄງຮ່າງພື້ນຖານທີ່ເຂັ້ມແຂງ ເພື່ອຂັບເຄື່ອນເສດຖະກິດ ແລະ ຄຸນນະພາບຊີວິດຂອງຄົນລາວໃຫ້ດີຂຶ້ນຢ່າງຍືນຍົງ.“
ແລະ ຜູ້ຜະລິດເທັກໂນໂລຊີລະດັບໂລກ.
ພາຍໃຕ້ການນຳພາຂອງທ່າມ, MEV ມຸ່ງໝັ້ນທີ່ຈະເຮັດໃຫ້ການໃຊ້ງານລົດໄຟຟ້າໃນລາວເປັນເລື່ອງງ່າຍ, ຄຸ້ມຄ່າ ແລະ ທົ່ວເຖິງ ສຳລັບທຸກຄົນ.













